Welcome to Lao Buddhist Monk Club @MCU Chiangmai Campus Thailand ຍິນດີຕ້ອນຮັບເຂັ້າສູ່ຊົມຣົມນັກສຶກສົງລາວ ມຈຣ. ວິທະຍາເຂດຊຽງໃໝ່

ป้ายกำกับ

วันศุกร์ที่ 5 สิงหาคม พ.ศ. 2559

ລາຍການສາທຸທັມ ໂທລະພາບລາວສຕາຣ໌
ຫົວຂໍ້ ເວລາຈະເຮັດບຸນຕ້ອງກຽມຫຍັງແດ່
ບັນຍາຍໂດຍ: ພຈ.ພອນສະຫວັນ ແສງສຸຣິຍະວົງ
ຮັບສະໝັກດ່ວນ !!!
ໂຄງການອົບຮົມພຣະທັມມະທູດຫລັກສູດຍຸວະທາຍາດ
(Young Buddhist Leadership Missionary)
ຂໍນິມົນພຣະພິກຂຸລາວທີ່ສົນໃຈເຂົ້າຮ່ວມອົບຮົມແບບປະຕິບັດການພຣະທັມມະທູດຮຸ່ນໃຫມ່ຫລັກສູດຍຸວະທາຍາດ
(Young Buddhist Leadership Missionary) ທີ່ ສູນວິປັສສະນາສາກົນໄຮ່ເຊີນຕະວັນ ຕຳບົນຫ້ວຍສັກ ອຳເພີເມືອງ ຈັງຫວັດຊຽງຮາຍ ປະເທດໄທ ລະຫວ່າງວັນທີ 10-20 ພຶດສະພາ 2016.
ໃນງານຈະມີວິທະຍາກອນທີ່ມີຊື່ສຽງຈາກປະເທດໄທຫລາຍທ່ານມາໃຫ້ຄວາມຮູ້ ໂດຍເນັ້ນຫົວຂໍ້ດັ່ງນີ້:
1. ການພັດທະນາວັດ
2. ພັດທະນາການເປັນຜູ້ນຳ
3. ຮຽນເທດບັນຍາຍ
4. ຮຽນຂຽນບົດຄວາມ
5. ຮຽນສອນກັມມະຖານ
6. ຮຽນເຜີຍແຜ່ທັມມະຜ່ານອິນເຕີເນັດ
7. ຮຽນການສອນທັມມະໃຫ້
GO INTER.
ອຳນວຍຫລັກສູດໂດຍພຣະອາຈານ ວ. ວະຊິຣະເມທີ
ຄຸນນະສົມບັດຂອງຜູ້ທີ່ສະໝັກ
1. ຕ້ອງມີພາສປອດ
(Passport)
2. ມີວິໄສທັດຮັກໃນການພັດທະນາຕົນແລະສັງຄັມ
3. ມີຄວາມເສຍສະຫລະເອື້ອເຟື້ອເຜື່ອແຜ່
4. ຕ້ອງຢູ່ໃຫ້ຄົບຕະຫລອດໄລຍະການອົບຮົມ 10 ວັນ
ພິເສດ
- ຟຣີຄ່າໃຊ້ຈ່າຍຕະຫລອດຫລັກສູດ 10 ວັນ
- ຮັບສະໝັກຈຳນວນພຽງ 50 ອົງເທົ່ານັ້ນ
- ລົດອອກເດີນທາງຂອງເຊົ້າວັນຈັນ 9 ພຶດສະພາ ທີ່ວັດສີບຸນເຮືອງ ເມືອງຕົ້ນເຜິ້ງ ຫລື
ຖ້າຫາກບໍ່ສະດວກໄປເຕົ້າໂຮມທີ່ວັດສີບຸນເຮືອງ ກໍ່ສາມາດເດີນທາງໄປເອງທີ່ໄຣ່ເຊີນຕະ
ວັນໂດຍກົງ.
ເປີດຮັບສະໝັກຕັ້ງແຕ່ວັນນີ້ເປັນຕົ້ນໄປ ຈົນຮອດວັນທີ 30 ເມສາ 2016
ສະໝັກໄດ້ທີ່
ພຣະອາຈານ ວັດຊະຣະ ຂັດຕິຍະ (ພຣະອາຈານ ຈຸ່ມ)
E-mail: Yblm2016@hotmail.com
Tel: 02056532220

ທີ່ມາ :
Kattiya Dhamma

วันพฤหัสบดีที่ 4 สิงหาคม พ.ศ. 2559

กราบนมัสการ สะบายดี
กราบเรียน พระนิสิตลาว มจร.เชียงใหม่ ทุกรูป
ด้วย วันที่ 13,14 และ 15 กุมภาพันธ์ 2559
ขน้อยสิริโสภา ฮับเป็นแม่ยก จะเดินทางไป บวชลูกจัว ที่วัดก้อนตื่น บ้านก้อนตื่น เมืองปากทา แขวงบ่อแก้ว
บ้านของสาธุคำพิง รุ่นอ้าย รองเจ้าคณะแขวงบ่อแก้ว
และบ้านของตุ๊สินทาด คณะทำงาน รุ่นปัจจุบัน
หากพระนิสิตลาวท่านใด มีความประสงค์จะเดินทางไปนำกัน ขน้อยยินดีอย่างยิ่งเจ้า
ในการนี้ เป็นงานบุญเดือนสี่ และบวชจัว ๗ รูป
เมื่องานพิธีเสร็จแล้ว อาจจะมีเวลาเข้าไปเยี่ยมยามหมู่บ้านชนเผ่า เจ้า ขน้อย...สาธุ เจ้า _/|\_

http://khamsouk.weebly.com/3778373937473777371337473745.html

วันจันทร์ที่ 27 มิถุนายน พ.ศ. 2559

ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງ​ປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຄຳນັບ​ອຳ​ລາ​ຂອງ​ທ່ານ​ນາງ ເຄໂກະ ມີ​ວະ ຜູ້ຕາງໜ້າ​ທະນາຄານໂລກ ປະຈຳ ​ສປປ ລາວ ເນື່ອງໃນ​ໂອກາດ​ສຳເລັດ​ການ​ປະຕິບັດໜ້າທີ່ ພ້ອມ​ທັງ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ທ່ານ​ນາງ ສາລີ ເບີນິງ​ແຮມ ຜູ້ຕາງໜ້າ​ທະນາຄານໂລກ ປະຈຳ ​ສປປ ລາວ ຜູ້​ໃໝ່ ເຊິ່ງ​ຈະ​ເລີ່ມ​ປະຕິບັດ​ໜ້າທີ່​ແຕ່​ວັນ​ທີ 15 ກໍລະກົດ 2014 ເປັນຕົ້ນໄປ.

ໂອກາດ​ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ກໍ່​ໄດ້​ສະແດງ​ຄວາມ​ຊົມເຊີຍ ທ່ານ​ນາງ ເຄ​ໂກະ ມີ​ວະ ຕໍ່​ຜົນສຳເລັດ​ໃນ​ການ​ປະຕິບັດ​ໜ້າທີ່​ຢູ່ ​ສປປ ລາວ ຕະຫຼອດ​ໄລຍະ 4 ປີຜ່ານມາ ພ້ອມ​ທັງ​ໄດ້​ສະແດງຄວາມ​ຂອບໃຈ ​ຕໍ່​ການ​ປະກອບສ່ວນ​ອັນ​ສຳຄັນ​ຂອງ​ທ່ານ ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ເຊິ່ງ​ລັດ​ຖະບານແຫ່ງ ​ສປປ ລາວ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຊ່ວຍເຫຼືອ​ຂອງ​ທະນາ​ຄານ​ໂລກ ທີ່​ມີ​ຕໍ່ ​ສປປ ລາວ ໃນ​ໄລຍະ​ຜ່ານ​ມາ ເຊັ່ນ: ການ​ສະໜອງ​ທຶນ​ເພີ່ມ​ເງິນ​ທຶນ​ເຂົ້າ​ໃນໂຄງການ​ຊ່ວຍເຫຼືອ​ລ້າ ແລະ ກູ້ຢືມ​ດ້ວຍ​ອັດຕາ​ດອກ​ຜ່ອນຜັນ ລວມ​ທັງ​ການ​ຊ່ວຍເຫຼືອ​ດ້ານ​ເຕັກນິກ​ວິຊາ​ການ.

ພ້ອມ​ດຽວ​ກັນ​ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຍິນ​ດີ​ຕ້ອນຮັບ​ທ່ານນາງ ສາລີ ເບີ​ນິງ​ແຮມ ຜູ້​ຕາງໜ້າ​ທະນາຄານ​ໂລກ​ຜູ້​ໃໝ່ ທີ່​ໄດ້ຮັບ​ການ​ແຕ່ງຕັ້ງ​ມາ​ປະຕິບັດ​ໜ້າທີ່ຢູ່ ​ສປປ ລາວ ເຊິ່ງ​ຈະ​ເປັນ​ການເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະ​ພາບ ແລະ ການ​ຮ່ວມ​ມືລະຫວ່າງ ​ສປປ ລາວ ແລະ ທະ​ນາຄານ​ໂລກ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ແລະ ຫວັງ​ວ່າ​ທະນາຄານ​ໂລກ ຈະ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ​ແກ່ ​ສປປ ລາວ ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ 7 ໂດຍ​ແນໃສ່​ລຶບລ້າງ​ຄວາມທຸກ​ຍາກ ເພື່ອບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດດ້ານ​ການ​ພັດທະນາ​ໃນ​ປີ 2015 ແລະ ຫຼຸດ​ພົ້ນ​ອອກ​ຈາກ​ສະພາບຄວາມ​ດ້ອຍ​ພັດທະນາ ໃນ​ປີ 2020 ກໍ່​ຄື​ກຽມ​ຄວາມ​ພ້ອມ​ເຂົ້າເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນ​ປີ 2015.

ທ່ານ​ນາງ ເຄ​ໂກະ ມີ​ວະ ໄດ້ສະແດງ​ຄວາມ​ຂອບໃຈ​ຢ່າງ​ຈິງໃຈ​ ຕໍ່​ກະຊວງ​ການ​ຕ່າງປະເທດ ກໍ່ຄື​ລັດຖະບານ​ລາວ ​ທີ່​ໃຫ້ການຮ່ວມ​ມື​ໃນ​ໄລຍະ​ທີ່​ທ່ານ​ໄດ້​ປະຕິບັດ​ໜ້າທີ່​ຢູ່ ​ສປປ ລາວ ແລະ ຊົມເຊີຍ​ຕໍ່​ການ​ພົວພັນ​ຮ່ວມ​ມື​ອັນດີງາມ ລະຫວ່າງ​ລັດຖະບານລາວ ແລະ ທະນາຄານ​ໂລກ​ໃນໄລຍະ​ຜ່ານ ເຊິ່ງ​ເຫັນ​ໄດ້​ວ່າ ​ສປປ ລາວ ໄດ້​ປະສົບ​ຜົນສຳເລັດ​ຫຼາຍດ້ານ ​ໃນ​ການ​ສ້າງສາ​ພັດທະນາປະເທດ​ຊາດ​ໃຫ້​ດີ​ຂຶ້ນ ທະນາຄານໂລກ​ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມມື ແລະ ຈະ​ໃຫ້ການ​ສະໜັບ​ສະໜູນ ​ສປປ ລາວ ໃນ​ປັດຈຸບັນ ແລະ ອະນາຄົດ.

ຕອນ​ທ້າຍ ທ່ານ ທອງ​ລຸນ ສີ​ສຸ​ລິດ ກໍ່​ໄດ້​ອວຍພອນ​ໃຫ້​ທ່ານນາງ ເຄ​ໂກະ ມີ​ວະ ແລະ ທ່ານນາງ ສາລີ ເບີ​ນິງ​ແຮມ ຈົ່ງ​ປະສົບຜົນສຳເລັດ ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ອັນ​ໃໝ່​ຂອງ​ສອງທ່ານ.

Discrimination against LGBT people must be tackled at home and abroad, President Obama has said after meeting relatives of Orlando attack victims.
A gunman killed 49 people on Sunday morning at a gay nightclub in the city.
Mr Obama challenged the Republican-controlled Congress to pass gun control legislation.
But Republican Senator John McCain said the president was "directly responsible" because he had failed to tackle the Islamic State group.
Gunman Omar Mateen claimed allegiance to the militant group as he carried out the massacre.
Senator McCain said: "When he pulled everybody out of Iraq, al-Qaeda went to Syria, became Isis [Islamic State], and Isis is what it is today thanks to Barack Obama's failures, utter failures, by pulling everybody out of Iraq."
He later clarified that he did not mean the president was personally responsible.
On Thursday, hundreds of people gathered outside the Amway Center in Orlando as the president and Vice-President Joe Biden consoled relatives inside.

"I held and hugged grieving relatives and they asked: Why does it keep happening?" Mr Obama said, adding: "They don't care about the politics."
ຊົມຣົມນັກສຶກສາສົງລາວ ປະຈຳເຂດພາກເໜືອ
ມະຫາວິທະຍາໄລມະຫາຈຸລາລົງກອນຣາຊວິທະຍາໄລ ວິທະຍາເຂດຊຽງໃໝ່

Ø ຄວາມເປັນມາຂອງ ຊົມຣົມນັກສຶກສາສົງລາວ ມຈຣ.ວິທະຍາເຂດຊຽງໃໝ່
ເມື່ອປີ ພ.ສ 2538(ຄ.ສ 1995) ໄດ້ມີພຣະສົງລາວໄດ້ມາຮ່ຳຮຽນຢູ່ໃນ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊວິທະຍາໄລ ວິທະຍາເຂດຊຽງໃໝ່ ແຫ່ງນີ້ຈຳນວນ 3 ອົງເມື່ອປີ ພ.ສ 2539 (ຄ.ສ 1996) ໄດ້ມີພຣະສົງລາວຍ້າຍມາຈາກວິທະຍາເຂດອຸບົນຣາຊທານີ ແລະ ວິທະຍາເຂດໜອງຄາຍ ຈຳນວນ 5 ອົງ, ລວມທັງໝົດເປັນ 8 ອົງ ໃນໄລຍະສອງປີຜ່ານມາຍັງທັນໄດ້ຈັດຕັ້ງຊົມຣົມຂື້ນເທື່ອ ເພາະວ່າຕອນນັ້ນພຣະສົງລາວ ມາສຶກສາຮ່ຳຮຽນຍັງບໍ່ທັນຫຼາຍປານໃດ. ເມື່ອປີ ພ.ສ 2540 (ຄ.ສ 1997) ໄດ້ມີພຣະສົງລາວມາສຶກສາຮໍ່າຮຽນເພີ່ນອີກ 14 ອົງ ລວມທັງໝົດເປັນ 22 ອົງ. ຕໍ່ມາພຣະສົງລາວທີ່ກຳລັງສຶກສາຮ່ຳຮຽນໄດ້ລວມກັນເປັນກຸ່ມເປັນກ້ອນຂື້ນ ແລະ ເຫັນວ່າພຣະສົງລາວມາສຶກສາຮ່ຳຮຽນເພີ່ມຂື້ນທຸກໆປີ ຈື່ງໄດ້ມະຕິຕົກລົງກັນໃຫ້ຕັດຕັ້ງເປັນກຸ່ມນິສິດລາວ ໂດຍມີຊື່ວ່າ “ຊົມຣົມນັກສຶກສາສົງລາວ ປະຈຳມະຫາວິທະຍາໄລສົງຊຽງໃໝ່ (ມຈຣ)”, ເມື່ອວັນທີ່ 10 ເດືອນມິຖຸນາ ປີ ພ.ສ 2540(ຄ.ສ 1997) ໂດຍມີພຣະອາຈານບຸນເພັງ ແກ້ວສຸລິຍະ ເປັນປະທານເປີດກອງປະຊຸມໃຫ້ ໃນຄັ້ງນັ້ນໄດ້ກ່າວເຖິງຄວາມເປັນມາຂອງນັກສຶກສາສົງລາວ ແລະ ຜົນງານສອງປີທີ່ຜ່ານມາ, ພ້ອມໄດ້ເວົ້າເຖິງຈຸດປະສົງ ທີ່ຈະມີການແຕ່ງຕັ້ງ ຄະນະກຳມະການຂື້ນມາບໍລິຫານງານຂອງຊົມຣົມ ນັກສຶກສາສົງລາວ ປະຈຳມະຫາວິທະຍາໄລສົງຊຽງໃໝ່ຂື້ນທັນທີ ຕອນນັ້ນມີຜູ້ລົງລາຍຊື່ເລືອກຕັ້ງຈຳນວນ 5 ອົງ ແລະ ອົງທີ່ໄດ້ຄະແນນສູງສຸດຈະໄດ້ເປັນປະທານນັກສຶກສາສົງລາວ ປະຈຳມະຫາວິທະຍາໄລສົງຊຽງໃໝ່, ຜູ້ທີ່ໄດ້ເປັນປະທານ ແລະ ໄດ້ຄະແນນສຽງສູງສຸດຄື ພຣະບຸນທະວີ ພອນທະສິນ ຈາກນັ້ນກໍ່ໄດ້ແຕ່ງຕັ້ງຄະນະຮັຜິດຊອບ ເປັນພະແນກຕ່າງໆ ແລະນັ້ນກໍ່ເປັນຈຸດເລີ່ມຕົ້ນ ຂອງຊົມຣົມນັກສຶກສາສົງລາວໃນມະຫາວິທະຍາໄລມະຫາຈຸລາລົງກອນຣາຊວິທະຍາໄລ ວິທະຍາເຂດຊຽງໃໝ່ ເປັນຕົ້ນມາ.

Ø ວັດຖຸປະສົງຂອງ ຊົມຣົມນັກສຶກສາສົງລາວ ມຈຣ.ວິທະຍາເຂດຊຽງໃໝ່.
1.  ເພື່ອຄວາມສາມັກຄີໃນໝູ່ຄະນະນັກສຶກສາສົງລາວດ້ວຍກັນ
2.  ເພື່ອໃຫ້ຄວາມຊ່ວຍເຫຼືອໃນເວລາມີປັນຫາ ໃຫ້ຄຳປຶກສາຕ່າງໆ, ທັ້ງໃນດ້ານການສຶກສາຮ່ຳຮຽນ, ທີ່ຢູ່ອາໄສ ແລະ ການປັບຕົວເຂົ້າສັງຄົມເປັນຕົ້ນ.
3.  ເພື່ອຄວາມຕອບສະໜອງຕ້ອງການໃນການເຮັດວຽກທຳງານ ແລະ ດຳເນີນກິດຈະກຳຂອງຊົມຣົມ.
4.  ເພື່ອພັດທະນາດ້ານຄວາມຮູ້ ຄວາມສາມາດ ແລະ ປະສົບການໃຫ້ຫຼາຍຂື້ນ

Ø ລັກສະນະຂອງ ຊົມຣົມນັກສຶກສາສົງລາວ ມຈຣ.ວິທະຍາເຂດຊຽງໃໝ່
1.  ເລືອກຕັ້ງຄະນະກຳມະການບໍລິຫານງານປະຈຳທຸກໆປີການສຶກສາ
2.  ແບ່ງໜ້າທີ່ໃຫ້ແຕ່ລະພະແນກຮັບຜິດຊອບວຽກງານຕາມຄວາມເໝາະສົມ
3.  ຈັດກອງປະຊຸມກັນຢ່າງສະໝ່ຳສະເໝີ
4.  ຈັດກິດຈະກຳຕ່າງໆຂື້ນ

Ø ກົດລະບຽບຂອງຊົມຣົມນັກສຶກສາສົງລາວ ມຈຣ.ວິທະຍາເຂດຊຽງໃໝ່
1.   ໃຫ້ເວັ້ນຈາກການປະພຶດຕົນ ໃນທາງທີ່ເສຍຫາຍ ແລະ ເຊື່ອມເສຍທາງສິນທັມ
2.   ນັກສຶກສາລາວທຸກອົງ ຕ້ອງຢູ່ພາຍໃຕ້ການດູແລຂອງຊົມຣົມ
3.   ສ້າງຄວາມສາມັກຄີໃນໝູ່ຄະນະ ແລະ ສະຖາບັນການສຶກສາຮ່ຳຮຽນ ໃຫ້ດີຂື້ນເລື້ອຍໆ
4.   ຖ້າມີປັນຫາໃດໆເກີດຂື້ນ ຜູ້ກ່ຽວຕ້ອງລາຍງານໃຫ້ຊົມຣົມໄດ້ຮັບຊາບທັນທີ ເພື່ອຫາແນວທາງແກ້ໄຂຊ່ວຍເຫຼືອກັນ
5.   ເຂົ້າຮ່ວມການເລືອກຕັ້ງຄະນະກຳມະການບໍລິຫານງານທຸກປີການສຶກສາ
6.   ຕ້ອງເຂົ້າຮ່ວມກອງປະຊຸມຂອງຊົມຣົມທຸກຄັ້ງ, ຍົກເວັ້ນມີເຫດຈຳເປັນເທົ່ານັ້ນ ແລະ ຄວນແຈ້ງໃຫ້ຄະນະກຳມະການຮັບຊາບລ່ວງໜ້າກ່ອນ
7.   ຕ້ອງມີຄວາມສົນໃຈຕໍ່ສ່ວນລວມ, ເຕັມໃຈ, ສັດທາ ແລະ ໃຫ້ຄວາມຮ່ວມມືທຸກດ້ານ
8.   ມີຄວາມຮັບຊອບຕໍ່ໜ້າທີ່ວຽກງານຂອງຕົນຄື ການຮຽນ ແລະ ວຽກງານທີ່ໝອບໝາຍໃຫ້
9.   ສະມາຊິກທຸກອົງ ຄວນໃຫ້ຄວາມເຄົາລົບຄະນະກຳມະການບໍລິຫານທຸກໆ ພາກສ່ວນ
10. ສະມາສິກທຸກມີສິດສະແດງຄວາມຄິດຄວາມເຫັນໃນກອງປະຊຸມ

Ø ລະບົບຄະນະການບໍລິຫານຂອງຊົມຣົມນັກສຶກສາສົງລາວ ມຈຣ.ວິທະຍາເຂດຊຽງໃໝ່.

ຊົມຣົມນັກສຶກສາສົງລາວ ມຈຣ.ວິທະຍາເຂດຊຽງໃໝ່ ໄດ້ແບ່ງຂັ້ນຕອນບໍລິຫານດັ່ງນີ້:
1.  ຝ່າຍທີ່ປຶກສາ
2.  ຝ່າຍບໍລິຫານ
3.  ຝ່າຍວິຊາການ
4.  ຝ່າຍເລຂາ
5.  ຝ່າຍກອງທຶນການສຶກສາ
6.  ຝ່າຍກອງທຶນສຸກເສີນ(ປັດຈຸບັນໄດ້ຍົກເລີກແລ້ວ)
7.  ຝ່າຍກິດຈະກຳ
8.  ຝ່າຍໂຄສະນາ
9.  ຝ່າຍປະຊາສຳພັນ
10. ຝ່າຍປ້ອງກັນ(ປັດຈຸບັນໄດ້ຍົກເລີກແລ້ວ)

11. ຝ່າຍການເງິນ