Welcome to Lao Buddhist Monk Club @MCU Chiangmai Campus Thailand ຍິນດີຕ້ອນຮັບເຂັ້າສູ່ຊົມຣົມນັກສຶກສົງລາວ ມຈຣ. ວິທະຍາເຂດຊຽງໃໝ່

ป้ายกำกับ

วันพุธที่ 5 เมษายน พ.ศ. 2560


ກອງປະຊຸມໃຫຍ່ສະໄໝສາມັນຄັ້ງທີ VII
ຊົມຣົມນັກສຶກສາສົງລາວໃນຣາຊະອານາຈັກໄທ

ຕາມການຄົ້ນຄວ້າ ແລະ ຕົກລົງເຫັນດີເປັນເອກະພາບເປັນເອກະພາບກັນລະຫວ່າງເອກອັກຄະລັດຖະທູດກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທີ່ນະຄອນຫຼວງວຽງຈັນ ໃຫ້ຊົມຣົມນັກສຶກສາສົງລາວໄປຈັດຕັ້ງກອງປະຊຸມໃຫຍ່ສະໄໝສາມັນ VII ປະຈໍາປີ 217, ທີ ຫໍທັມມະສະພາພຣພທາດຫຼວງວຽງຈັນ ລະຫວ່າງວັນທີ່ 3-4 ເມສາ 2017 ໄດ້ມີກອງປະຊຸ່ມໃຫຍ່ສະໄຫມສາມັນຄັ້ງທີ 7 ຈັດຂຶ້ນທີ່ຫໍທັມມະສະພາ ພະທາດຫລວງວງຽຈັນ.






ເພື່ອໃຫ້ກອງປະຊຸມຄວາມສຳຄັນ ແລະ ມີຄວາມໝາຍອັນເລິກເຊິ່ງໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍບັນຍາກາດອັນເປັນຈິດໜຶ່ງໃຈດຽວ ແລະສະແດງເຖິງນ້ຳໃຈອັນປ່ຽມລົ້ນຂອງພຣະສົງສາມະເນນ, ທີ່ເປັນນັກສຶກສາສົງລາວທຸກຮູບທຸກອົງ ທີ່ກໍາລັງສຶກສາຄົ້ນຄວ້າຮໍ່າຮຽນຢູ່ທີ່ວິທະຍາໄລ, ວິທະຍາເຂດ, ແລະມະຫາວິທະຍາໄລຕ່າງໆ ໃນຣາຊະອານາຈັກໄທ, ຈຶ່ງໄດ້ພ້ອມພຽງກັນເສຍສະຫຼະເວລາອັນມີຄ່າເພື່ອໄປເຂົ້າກອງປະຊຸມອັນສູງສົ່ງໃນຄັ້ງນີ້ຢ່າງຄົບໜ້າຄົບຕາ ແລະໄດ້ປະກອບຄໍາຄິດເຫັນແບບສ້າງສັນກົງໄປກົງມາເພື່ອແນໃສ່ການປັບປຸງຊົມຣົມນັກສຶກສາສົງລາວໃນຣາຊະອານາຈັກໄທໃຫ້ມີຄວາມເປັນເອກະພາບທາງດ້ານນິຕິກໍາ, ລະບຽບຫຼັກການ, ການຄົ້າຄວ້າຮໍ່າຮຽ, ການດຳລົງຊີວິດ, ການເຄື່ອນໄຫວກິດຈະກໍາ ແລະ ການພົວພັນປະສານງານໃຫ້ໄປໃນທິດທາງດຽວກັນ.








































วันจันทร์ที่ 3 เมษายน พ.ศ. 2560

ກອງປະຊຸມເພື່ອກະກຽມຈັດກອງປະຊຸມໃຫຍ່ສະໄໝສາມັນຂອງຊົມຣົມນັກສຶກສາສົງລາວໃນປະເທດໄທ










ວັນທີ 4 ເດືອນມີນາ ປີ2017 ກອງປະຊຸມເພື່ອກະກຽມຈັດກອງປະຊຸມໃຫຍ່ສະໄໝສາມັນຂອງຊົມຣົມນັກສຶກສາສົງລາວໃນປະເທດໄທ ທີ່ນະຄອນຫຼວງວຽງຈັນ ວັນທີ 3 ເດືອນເມສາ 2017 ກອງປະຊຸມຄັ້ງນີ້ຈັດຂຶ້ນທີ່ສະຖານເອກອັກຄະລັດຖະທູດລາວປະຈຳບາງກອກປະເທດໄທ. ໄດ້ເປັນກຽດຮັບເຊີນທາກທ່ານ ບຸນໄຊ ຈັນສີນາ ທີ່ປຶກສາເອກອັດຄະລັດຖະທູດຝ່ານການສຶກສາແລະວັດທະນະທຳ, ພຣະອາຈາຣຍ໌ ໂສພາ ສີບຸນເຮືອງ ເປັນປະທານຝ່າສົງເປີດກອງປະຊຸມໃນຄັ້ງນີ້ອີກດ້ວຍ, ຍັງໄດ້ນິມົນປະທານ ແລະ ຮອງປະທານແຕ່ລະວິທະຍາເຂດຮ່ວມ ເພື່ອວາງແນວທາງການຈັດກອງປະຊຸມໃຫຍ່ຢ່າງສຸດໃຈ.

วันศุกร์ที่ 10 มีนาคม พ.ศ. 2560

ຕົວແທນຈາກຊົມຣົມນັກສຶກສາສົງລາວ ມຈຣ. ວິທະຍາເຂດຊຽງໃໝ່ 5 ອົງຄ໌ເຂົ້າອົບຣົມ “ໂຄງການເສີມສ້າງຄວາມຮູ້ງານຄຸນນະພາບການສຶກສາແກ່ນິສິດ”












ໃນວັນທີ່ 10 ເດືອນ ມີນາ 2017 ຕົວແທນຈາກຊົມຣົມນັກສຶກສາສົງລາວ ມຈຣ. ວິທະຍາເຂດຊຽງໃໝ່ 5 ອົງຄ໌ເຂົ້າອົບຣົມ “ໂຄງການເສີມສ້າງຄວາມຮູ້ງານຄຸນນະພາບການສຶກສາແກ່ນິສິດ” ເພື່ອສຶກສາການຂຽນໂຄງການເພື່ອສະໜອງງານກິດຈະກຳໃຫ້ມະຫາໄລ ແລະ ຍັງເປັນການເພີ່ມສັກກາຍະພາບທາງດ້ານທັກສະຂອງແກ່ນິສິດມະຫາວິທະຍາໄລ ໃຫ້ເປັນນິສິດທີ່ມີຄຸນນະພາບສູງ. ຊົມຣົມພຣະນິສິດລາວກໍ່ໄດ້ຂຽນໂຄງການມາໂຄງການໜຶ່ງ ເພື່ອສະເໜີຂໍງົບຈາກມະຫາໄລໄປດຳເນີນ ຊື່ວ່າ “ ໂຄງການແລກປ່ຽນຮຽນຮູ້ວັນທະນະທຳນານາຊາດ” ເພື່ອຈະເປັນຜົນງານແກ່ຊົມຣົມ ແລະ ມະຫາໄລ.