Welcome to Lao Buddhist Monk Club @MCU Chiangmai Campus Thailand ຍິນດີຕ້ອນຮັບເຂັ້າສູ່ຊົມຣົມນັກສຶກສົງລາວ ມຈຣ. ວິທະຍາເຂດຊຽງໃໝ່

ป้ายกำกับ

วันอังคารที่ 5 ธันวาคม พ.ศ. 2560

ກອງປະຊຸມໃຫຍ່ສາມັນປະຈຳປີ 2017




      

ກອງປະຊຸມໃຫຍ່ສາມັນປະຈຳປີ 2017 (Lao Buddhist Students in Thailand Conference), ເຊິ່ງໃນປີນີ້ ຊົມຣົມນັກສຶກສາສົງລາວ ມຈຣ. ວິທະຍາເຂດຊຽງໃໝ່ ໄດ້ເປັນເຈົ້າພາບ. ທາງຝ່າຍສົງໂດຍມີ ຍາທ່ານໃຫຍ່ ປອ. ເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສໍາພັນລາວ ເປັນປະທານໃນການປະຊຸມໃນຄັ້ງນີ້ ພ້ອມດ້ວຍຄະນະພຣະສົງເຖຣະລາວເຮົາອີກດ້ວຍ, ຝ່າຍຄາລະວາດໂດຍມີ ທ່ານ ວັນໄຊ ນະລະແສງ  ທີ່ປຶກສາເອກອັກຄະລັດຖະທູດລາວ ປະຈຳບາງກອກ ຝ່າຍການສຶກສາ ແລະວັດທະນາທຳ ແລະ ພ້ອມດ້ວຍຄະນະເອກອັກຄະລັດຖະທູດລາວ ປະຈໍາບາງກອກ, ແລະ ຍັງມີຕົວແທນພຣະນິດສິດຈາກ 8 ວິທະຍາເຂດໃນປະເທດໄທ ທີ່ຈະມາເຂົ້າຮ່ວມ. ກອງປະຊຸມໃຫຍ່ສາມັນໃນຄັ້ງນີ້ ບໍ່ໄດ້ມີພຽງພຣະສົງເທົ່ານັ້ນທີ່ສາມາດເຂົ້າຮ່ວມກອງປະຊຸມ, ແຕ່ຍັງເປີດໂອກາດໃຫ້ນັກສຶກສາຄາລະວາດທີ່ກຳລັງສຶກສາຢູ່ຕາມແຕ່ລະມະຫາວິທະຍາໄລຕ່າງໆ ໃນຈັງຫວັດຊຽງໃໝ່ໄດ້ມາເຂົ້າຮ່ວມກອງປະຊຸມອີກດ້ວຍ ເພື່ອເປັນໂອກາດດີທີ່ຈະໄດ້ພົບປະໂອ້ລົມກັບພຣະຜູ້ໃຫຍ່ ແລະ ຄະນະເອກອັກຄະລັດຖະທູດລາວ. ສະນັ້ນ, ຈຶ່ງຂໍນິມົນ ແລະ ຮຽນເຊີນມາຍັງພຣະນິສິດລາວ ຫຼື ນິດສິດລາວທີ່ກຳລັງສຶກສາໃນຊຽງໃໝ່ມາຮ່ວມກອງປະຊຸມ.

ເຊິງຈະຈັດຂຶ້ນໃນລະຫວ່າງ ວັນທີ່ 08-09 ທັນວາ 2017 ເວລາ 09:00-17:00 ນ., ທີ່ ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ ວິທະຍາເຂດຊຽງໃໝ່, ວັດ ສວນດອກ ຕ. ສຸເທບ ອ. ເມືອງ ຈ. ຊຽງໃໝ່ ປະເທດໄທ.

















วันพุธที่ 28 มิถุนายน พ.ศ. 2560

Lao Monk Students Club at MCU Chiangmai Campus


This year we have a lot of activities to do together, we aren't like a fine cage won't feed the bird, wanna show what we have done last year and this year, we'll have a brief story video about the life of Lao monk students in Chiangmai Campus soon...

วันอาทิตย์ที่ 25 มิถุนายน พ.ศ. 2560

ກິດຈະກຳຕ້ອນຮັບນ້ອງໃໝ່ສ ສານສາຍໃຍລຸ້ນອ້າຍ




ກິດຈະກຳຕ້ອນຮັບນ້ອງໃໝ ສານສາຍໃຍລຸ້ນອ້າຍ ເປັນກິດຈະກຳທີ່ມີຄວາມສຳຄັນຕໍ່ຊົມຣົມຢ່າງໜຶ່ງ ທີ່ໝາຍເຖິງການເອົາໃຈໃສ່ຂອງລຸ້ນອ້າຍທີ່ມີຕໍ່ລຸ້ນນ້ອງຜູ້ທີ່ມາອາໄສຢູ່ໃໝ່ ແລະ ໄດ້ມອບຄວາມອົບອຸ່ນໃຫ້ເຊິ່ງກັນແລະກັນ, ກິດຈະກຳນີ້ໄດ້ສືບທອດກັນມາເປັນເວລາຍາວນານພໍສົມຄວນ ຈົນເຖິງປັດຈຸບັນພວກເຮົາກໍ່ຍັງຮັກສາ ແລະ ນຳມາປະຕິບັດຕໍ່ໄປ. ສະນັ້ນແລ້ວ, ຂ້ານ້ອຍຂໍເປັນຕົວແທນຂອບໃຈລຸ້ນອ້າຍທີ່ຄອຍແນະນຳສັ່ງສອນ ແລະບອກເລົ່າປະສົບການໃຫ້ລຸ້ນນ້ອງມາຕະຫລອດ.






Ø ປະມວນຮູບພາບກິດຈະກຳ



























วันจันทร์ที่ 19 มิถุนายน พ.ศ. 2560

ໂຄງການພັດທະນາເພີ່ມສັກກາຍະພາບໃຫ້ກັບພຣະນິສິດ ຈັດໂດຍມູນລະນິທິລຸ່ມແມ່ນ້ຳຂອງ


ວັນທີ່ 17-18 ເດືອນມິຖຸນາ 2017 ກໍ່ເປັນອີກວັນໜຶ່ງທີ່ສະມາຊິກຊົມຣົມນັກສຶກສາສົງລາວ ມຈຣ. ວິທະຍາເຂດຊຽງໃໝ່, ໄດ້ຖືກນິມົນຈາກເຫຼົ່າຄະນາຈານໃຫ້ເຂົ້າຮ່ວມໂຄງການພັດທະນາເພີ່ມສັກກາຍະພາບໃຫ້ກັບພຣະນິສິດ ຈັດໂດຍມູນລະນິທິລຸ່ມແມ່ນ້ຳຂອງ. ເຂົ້າຮ່ວມການອົບຮົມໃນຄັ້ງນີ້ໃຊ້ເວລາສອງວັນ ລະຫວ່າງນັ້ນໄດ້ມີການຈັດກິດຈະກຳໂດຍເປີດໃຫ້ພຣະນິສິດທຸກກຸ່ມໄດ້ສະເໜີໂຄງການທີ່ຕົນເອງຄິດວ່າມັນເປັນປະໂຫຍດຕໍ່ພຣະພຸດທະສາສະໜາ ແລະ ສັງຄົມ. 






ເຊິ່ງວັນທີ່ສອງໄດ້ຮັບຟັງການບັນຍາຍຈາກອາຈານທີ່ຊ່ຽວຊານທາງດ້ານຈິດຕະວິທະຍາໃນການເວົ້າທີ່ມີແນວໂນ້ມໃຫ້ຜູ້ຟັງມີຄວາມໜ້າສົນໃຈໃນການບັນຍາຍຂອງເຮົາຫຼາຍຂຶ້ນ ແລະ ເວົ້າແບບດຶງເອົາຈິດວິນຍານອອກມາໃຫ້ຜູ້ຟັງໄດ້ຟັງແລ້ວນຶກເຫັນພາບໄປພ້ອມໆກັນ. ຂ້ານ້ອຍເອງໃນນາມສະມາຊິກຂອງຊົມຣົມນັກສຶກສາສົງລາວ ໄດເປັນຕົວແທນໃນການອົບຮົມຄັ້ງ ກໍ່ໄດ້ສະເໜີໂຄງການໜຶ່ງຂຶນມາ ເຊິ່ງຂ້ານ້ອຍເອງຄິດວ່າເປັນປະໂຫຍດໃຫ້ແກ່ພຣະພຸດທະສາສະໜາ ແລະ ຍັງຕອບສະໜອງຄວາມຕ້ອງການໃນດ້ານວັດທະນະທຳຮີດຄອງປະເພນີຂອງລາວເຮົາອີກດ້ວຍ.






วันเสาร์ที่ 20 พฤษภาคม พ.ศ. 2560

ກອງປະຊຸມຜັນຂະຫຍາຍວຽກງານ ຂອງນັກສຶກສາສົງລາວ ມຈຣ. ວິທະຍາເຂດຊຽງໃໝ່


ວັນທີ່ 20 ວັນເສົາ ເດືອນ ພຶດສະພາ ປີ ຄ.ສ 2017 (2560).ເນື່ອງຈາກປະທານຊົມຣົມນັກສຶກສາສົງລາວ ມຈຣ. ວິທະຍາເຂດຊຽງໃໝ່ ແລະ ພ້ອມທັງຄະນະໄດ້ເດີນທາງໄປຮ່ວມເຄື່ອນໄຫວວຽກງານທີ່ນະຄອນຫຼວງວຽງຈັນໃນຊ່ວງເດືອນທີ່ຜ່ານມາ, 







ສະນັ້ນ ໃນໂອກາດນີ້ຈຶ່ງໄດ້ພາກັນຈັດກອງປະຊຸມປຶກສາຫາລືປະຈຳເດືອນ ແລະ ເພື່ອຜັນຂະຫຍາຍວຽກງານທີ່ໄດ້ຮັບມອບໝາຍມາ ແລະ ຍັງໄດ້ປຶກສາຫາລືກັນແກ້ໄຂວຽກງານຕ່າງໆທີ່ຍັງຕົກຄ້າງຢູ່ ເພື່ອສູ່ຕໍ່ຜັນຂະຫຍາຍນະໂຍບາຍທີ່ໄດ້ກຳໝົດກັນໄວ້, ແລະຍັງໄດ້ ປຶກສາຫາລືກັນວາງແຜນດຳເນີນກິດຈະກຳຕໍ່ໄປເພື່ອພັດທະນາສັກກາຍະພາບຂອງພຣະນິສິດລາວ ມຈຣ. ຊຽງໃໝ່ຂອງພວກເຮົາໃຫ້ມີປະສິດທິພາບທາງສັງຄົມສູງຂຶ້ນ.